



ໃນວັນທີ 10/10/2025 ໄດ້ມີພິທີ ມອບ-ຮັບ ໂຄງການກໍ່ສ້າງ ສູນປະກັນສັງຄົມເມືອງວັງວຽງ ແຂວງວຽງຈັນ, ໃຫ້ກຽດລົງນາມຮັບໂດຍ ທ່ານ ໂຈມແຍງ ແພງທອງສະຫວັດ ຄະນະພັກ ກະຊວງ ຮສສ, ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ແລະ ລົງນາມມອບໂດຍ ທ່ານ ບຸນເອື້ອ ສິນພະວົງ ຮອງຜູ້ອຳນວຍການ ບໍລິສັດ ເອັມບີ ຈໍາກັດຜູ້ດຽວ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ແລະ ຕັດແຖບຜ້າ ໂດຍ ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງເລຂາພັກ ກະຊວງ ທັງເປັນ ຮອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ພອນໄຊ ຂຸນພົນ ຄະນະພັກແຂວງ ວຽງຈັນ ທັງເປັນ ເລຂາຄະນະພັກບໍລິຫານງານ ເມືອງວັງວຽງ, ມີ ຫົວໜ້າພະແນກ ຮສສ ແຂວງ, ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ພ້ອມຄະນະ, ຫົວໜ້າ ຮສສ ເມືອງ, ຫົວໜ້າຫ້ອງການປະກັນສັງຄົມແຂວງ, ຫົວໜ້າສູນປະກັນສັງຄົມ, ບັນດາຫ້ອງການພາຍໃນເມືອງວັງວຽງ, ບໍລິສັດທີ່ປຶກສາກໍ່ສ້າງ ພ້ອມດ້ວຍວິຊາການເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງເລຂາພັກ ກະຊວງ, ຮອງລັດຖະມົນຕີ ກະຊວງ ຮສສ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ອໍານາດການປົກຄອງເມືອງວັງວຽງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການຊຸກຍູ້ ສົ່ງເສີມ ແລະ ສ້າງເງື່ອນໄຂທີ່ດີ ຈົນສາມາດສ້າງສູນປະກັນສັງຄົມເມືອງວັງວຽງ ຢ່າງມີຜົນສໍາເລັດ, ພ້ອມດຽວກັນນັ້ນ ທ່ານຍັັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນສືບຕໍ່ໃຫ້ການສະໜັບສະໜູນ ຊຸກຍູ້ ພັກດັນວຽກງານປະກັນສັງຄົມ ກໍ່ຄື ການສ້າງຄວາມເຂົ້າໃຈຕໍ່ກຸ່ມເປົ້າໝາຍ ກ່ຽວກັບພັນທະ, ສິດ ແລະ ຜົນປະໂຫຍດທີ່ຈະໄດ້ຮັບໃນການເຂົ້າເປັນສະມາຊິກປະກັນສັງຄົມໃຫ້ແກ່ບັນດາກຸ່ມເປົ້າໝາຍທັງພາກລັດ, ບັນດາວິສາຫະກິດ ແລະ ສະໝັກໃຈ ພາຍໃຕ້ກົດໝາຍວ່າດ້ວຍການປະກັນສັງຄົມ ເປົ້າໝາຍກໍ່ຄື ການຂະຫຍາຍອັດຕາການປົກຄຸມວຽກງານປະກັນສັງຄົມທົ່ວປະເທດກວມເອົາ 50% ຂອງປະຊາກອນລາວທັງໝົດ ໃນປີ 2030 ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ. ນອກນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ ຫົວໜ້າສູນປະກັນສັງຄົມເມືອງວັງວຽງ ພ້ອມດ້ວຍພະນັກງານ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນດ້ານຫົວຄິດປະດິດສ້າງ ແລະ ສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ ເປັນເຈົ້າການ ຮັບປະກັນວຽກງານການໃຫ້ບໍລິການໃຫ້ມີຄວາມສະດວກ ວ່ອງໄວ ຖືກຕ້ອງ ແລະ ໂປ່ງໃສ.
ສໍາລັບໂຄງການກໍ່ສ້າງສູນປະກັນສັງຄົມເມືອງວັງວຽງ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 04/11/2024 ມາຮອດ 13/08/2025 ໄດ້ສໍາເລັດການກໍ່ສ້າງລື່ນຄາດໝາຍ ໃນສັນຍາການກໍ່ສ້າງ 12 ເດືອນ ແຕ່ໃຊ້ເວລາກໍ່ສ້າງຕົວຈິງສໍາເລັດພາຍໃນ 10 ເດືອນ ໃນເນື້ອທີ່ທັງໝົດ 252 ຕາແມັດ, ມີຂະໜາດອາຄານ 10*18 ແມັດ ຕັ້ງຢູ່ ບ້ານພູດິນແດງ ເມືອງວັງວຽງ ແຂວງວຽງຈັນ, ເຊິ່ງສູນດັ່ງກ່າວ ຈະກາຍເປັນຈຸດສູນກາງ ການໃຫ້ບໍລິການວຽກງານປະກັນສັງຄົມແບບຄົບວົງຈອນແຫ່ງທໍາອິດ ຢູ່ທີ່ ເມືອງວັງວຽງ ໃນການສະໜອງຂໍ້ມູນປະກັນສັງຄົມ, ການຂື້ນທະບຽນ, ການຊໍາລະເງິນສົມທົບ, ການຮ້ອງຂໍເງິນອຸດໜູນ ແລະວຽກງານອື່ນໆ ເພື່ອເຮັດໃຫ້ບັນດາກຸ່ມເປົ້າໝາຍທັງພາກລັດ, ວິສາຫະກິດ ແລະ ສະໝັກໃຈ ໄດ້ຮັບການບໍລິການທີ່ສະດວກສະບາຍ ແລະ ວ່ອງໄວຍິ່ງຂື້ນ.