



ໃນຕອນເຊົ້າຂອງວັນ 22/10/2025 ທີ່ ຫ້ອງປະຊຸມໃຫຍ່ ຂອງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ) ສະບັບເລກທີ 54/ສພຊ ໃຫ້ກັບພະນັກງານຂອງລາວໂທລະຄົມ ທົ່ວປະເທດ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ທ່ານ ນາງ ແວວມະນີ ຄຳຜາຍ ຮອງຫົວໜ້າ ອົງການປະກັນສັງຄົມແຫ່ງຊາດ, ມີ ພະນັກງານຫຼັກແຫ່ງຂອງ ລລທ ເຂົ້າຮ່ວມທັງໝົດ 259 ຄົນ.
ຈຸດປະສົງຂອງການເຜີຍແຜ່ໃນຄັ້ງນີ້ ກໍ່ເພື່ອສ້າງຄວາມເຂົ້າໃຈກ່ຽວກັບພັນທະ, ສິດ ແລະ ຜົນປະໂຫຍດທີ່ຈະໄດ້ຮັບໃນການເຂົ້າເປັນສະມາຊິກປະກັນສັງຄົມ ໂດຍການຂື້ນບັນຍາຍຂອງທ່ານ ນາງ ຄຸດທະວັນ ອັກຄະຣາດ ຫົວໜ້າພະແນກໂຄສະນາປະຊາສໍາພັນ ຂອງ ອົງການປະກັນສັງຄົມແຫ່ງຊາດ, ເຊິ່ງທ່ານໄດ້ສະແດງໃຫ້ເຫັນຄວາມເປັນມາຂອງລະບົບປະກັນສັງຄົມໃນ ສປປ ລາວ ພ້ອມທັງລົງເລິກບັນດາເງື່ອນໄຂ ແລະ ການຄິດໄລ່ເງິນອຸດໜູນປະເພດຕ່າງໆ ລວມທັງໝົດ 9 ປະເພດການອຸດໜູນ ພ້ອມດ້ວຍລະບຽບການທີ່ກ່ຽວຂ້ອງ. ກອງປະຊຸມຄັ້ງນີ້ ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມແລກປ່ຽນສອບຖາມ ແລະ ສະເໜີບາງບັນຫາທີ່ພົບພໍ້ ໂດຍສະເພາະແມ່ນການໃຊ້ບໍລິການປິ່ນປົວສຸຂະພາບ ແລະ ຂອດບໍລິການຢູ່ໂຮງໝໍ, ເຊິ່ງກໍໄດ້ຮັບການອະທິບາຍຊີ້ແຈງໂດຍຜູ້ຕາງໜ້າຈາກພະແນກເງິນອຸດໜູນ ຂອງ ອປຊ.
ໃນໂອກາດດັ່ງກ່າວ ທ່ານ ນາງ ແວວມະນີ ຄຳຜາຍ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ກໍໄດ້ກ່າວຂອບໃຈນໍາຄະນະນໍາຂອງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ທີ່ເຫັນຄວາມສໍາຄັນວຽກງານດັ່ງກ່າວ ພ້ອມທັງໄດ້ເຊື່ອເຊີນທີມງານລົງໃຫ້ຂໍ້ມູນໃນຄັ້ງນີ້ ເພື່ອຮັບປະກັນສິດຜົນປະໂຫຍດຂອງຜູ້ອອກແຮງງານ ກໍ່ຄື ພະນັກງານຫຼັກແຫຼ່ງ ຂອງ ລລທ ໃຫ້ໄດ້ຮັບການປົກປ້ອງ ແລະ ຄຸ້ມຄອງພາຍໃຕ້ກົດໝາຍປະກັນສັງຄົມ ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ, ເຊິ່ງທາງປະກັນສັງຄົມ ຈະໄດ້ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ໃນການພັດທະນາປັບປຸງລະບົບປະກັນສັງຄົມ ໃຫ້ມີຄວາມທັນສະໄໝ ນັບມື້ນັບຫຼາຍຂື້ນ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຄວາມເພິ່ງພໍໃຈໃຫ້ກັບສະມາຊິກ ຄຽງຄູ່ກັບການພັດທະນາປັງປຸງວຽກງານການໃຫ້ບໍລິການ ທີ່ ສະດວກ ວ່ອງໄວ, ກອງທຶນມີຄວາມໝັ້ນຄົງ ໂປ່ງໃສ ແລະ ສາມາດກວດສອບໄດ້.