ໃນຕອນເຊົ້າວັນທີ 22 ມີຖຸນາ 2023 ຢູ່ທີ່ເມືອງປາກຊ່ອງ, ໄດ້ຈັດໃຫ້ມີພິທີເປີດສູນບໍລິການປະກັນສັງຄົມເມືອງປາກຊ່ອງ ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ອຸດົມສັກ ດີວິໄຊ ຫົວໜ້າ ພະແນກ ຮສສ ແຂວງຈຳປາສັກ,ທ່ານ ບຸນລິດ ເທບບຸນສູງ ຮອງເຈົ້າເມືອງປາກຊ່ອງ, ທ່ານ ທອງພັນ ໄຊຍາລາດ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ມີຕົວແທນຈາກພາກລັດ ແລະ ວິສາຫະກິດ ອ້ອມຂ້າງເມືອງປາກຊ່ອງ ແລະ ພະນັກງານປະກັນສັງຄົມ ພ້ອມກັບແຂກທີ່ຖືກເຊີນ ເຂົ້າຮ່ວມຈຳນວນ 50 ກ່ວາທ່ານ.
 
ທ່ານປະທານ ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມໃນມື້ນີ້ຕົ້ນຕໍ ກໍແມ່ນເພື່ອແຈ້ງເປີດສູນປະກັນສັງຄົມ ປະຈຳເມືອງປາກຊ່ອງ ຂອງພວກເຮົາ, ຖືວ່າເປັນໂອກາດອັນດີທີ່ທາງກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ກໍ່ຄືອົງການປະກັນສັງຄົມແຫ່ງຊາດທີ່ໄດ້ເລືອກເອົາ ເມືອງປາກຊ່ອງຂອງພວກເຮົາ ເພື່ອຂະຫຍາຍປ່ອງບໍລິການວຽກງານ ປະກັນສັງຄົມໃນການອຳນວຍຄວາມສະດວກ ແລະ ບໍລິການແກ່ ຜູ້ປະກັນຕົນໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນກວ່າເກົ່າ. ເມືອງຂອງພວກເຮົາເປັນເມືອງທີສອງຂອງແຂວງຈໍາປາສັກ ຮອງຈາກເມືອງໂຂງ ທີ່ມີການສ້າງຕັ້ງສູນປະກັນສັງຄົມຂຶ້ນ ຊຶ່ງບັນດາທ່ານສາມາດໄປບໍລິການດ້ານວຽກງານປະກັນສັງຄົມ ເຊັ່ນ: ການພົວພັນການຂຶ້ນທະບຽນ, ການຂໍບັດປະກັນສັງຄົມ, ການຂໍປ່ຽນແປງຂໍ້ມູນຂອງຜູ້ປະກັນຕົນ ແລະ ສະມາຊິກຄອບຄົວ, ການຈ່າຍເງິນສົມທົບເຂົ້າກອງທຶນ ແລະ ການພົວພັນຂໍຮັບການອຸດໜູນປະເພດຕ່າງໆ ຊຶ່ງສູນປະກັນສັງຄົມ ປະຈໍາເມືອງຈະເປັນຜູ້ປະສານຕໍ່ກັບທາງຫ້ອງການປະກັນສັງຄົມແຂວງ.
 
ການຂະຫຍາຍຕາໜ່າງການບໍລິການປະກັນສັງຄົມລົງສູ່ເມືອງພວກເຮົານີ້ ເຫັນວ່າມີຄວາມເໝາະສົມ ເນື່ອງຈາກເມືອງຂອງພວກເຮົາມີ ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໄວພໍສົມຄວນ ມີບັນດາຫົວໜ່ວຍວິສາຫະກິດທີ່ເຄື່ອນໄຫວຢູ່ພາຍໃນເມືອງຫລາຍສົມຄວນ ສະນັ້ນການມີສູນປະກັນສັງຄົມ ຢູ່ເມືອງເຮົາ ນີ້ກໍຈະຊ່ວຍໃຫ້ແກ່ບັນດາຫົວໜ່ວຍວິສາຫະກິດ ສາມາດເຂົ້້າເຖິງໄດ້ສະດວກກວ່າ, ເປັນການຂະຫຍາຍ ອັດຕາປົກຄຸມວຽກງານປະກັນສັງຄົມໃຫ້ກວ້າງຂວາງ ຊຶ່ງບັນດາຜູ້ອອກແຮງງານໃນຫົວໜ່ວຍວິສາຫະກິດ ແລະ ຜູ້ປະກອບອາຊີບສ່ວນບຸກຄົນຈະໄດ້ຮັບການປົກປ້ອງທາງດ້ານສະຫວັດດີການສັງຄົມຢ່າງເປັນລະບົບ ແລະ ເອກະພາບກັນໃນຂອບເຂດທົ່ວປະເທດ.
 
ຈາກນັ້ນໃນທີ່ປະຊຸມຍັງໃດ້ຮັບການເຜີຍແຜ່ສິດຜົນປະໂຫຍດຕ່າງໆ ທີ່ປະກັນສັງຄົມໃຫ້ການຄຸ້ມຄອງຈາກທ່ານ ຈັນທະວີໄຊ ແກ້ວປະເສີດ ຫົວໜ້າຂະແໜງ ພະແນກໂຄສະນາປະຊາສໍາພັນ ຂອງ ອປຊ ໄດ້ນໍາສະເໜີລົງເລິກປະຫວັດຄວາມເປັນມາຂອງປະກັນສັງຄົມ, ການຂຶ້ນທະບຽນ ຜົນປະໂຫຍດຕ່າງໆເຊັ່ນ: ການປະກັນສຸຂະພາບ, ການຮັບອຸດໜູນເກີດລູກ, ປ່ວຍການ, ເສຍກຳລັງແຮງງານ, ບຳນານ, ເສຍຊີວິດ, ສະມາຊິກຄອບຄົວ ແລະ ວ່າງງານ ສໍາລັບຜູ້ອອກແຮງງານໃນຫົວໜ່ວຍວິສາຫະກິດ.
 
ຫຼັງຈາກນັ້ນບັນດາຜູ້ເຂົ້າຮ່ວມກໍ່ໄດ້ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາຫຼາຍບັນຫາເຊັ່ນ: ການຂຶ້ນທະບຽນ, ບັນຫາການໃຊ້ບັດປະກັນສັງຄົມເຊິ່ງຍັງເປັນຫາງສຽງຫຼັກທີ່ທ້າທາຍ, ອຸດໜູນບຳນານ ແລະ ຂັ້ນຕອນການຂໍອຸດໜູນເສຍຊີວິດ. ໃນທີ່ປະຊຸມກໍ່ໄດ້ຮັບຟັງການຊີ້ແຈງ ຈາກຕົວແທນອົງການປະກັນສັງຄົມແຫ່ງຊາດຢ່າງກົງໄປກົງມາ ໂດຍອີງໃສ່ນິຕິກຳທີ່ກຳນົດໄວ້. ກອງປະຊຸມໄດ້ປິດລົງໃນພາກເຊົ້າຂອງມື້ດຽວກັນ.

 

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)