ໃນວັນທີ 23 ມິຖຸນາ 2023 ທີ່ ຫ້ອງປະຊຸມ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄຳມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ພາລະບົດບາດ ຂອງຫ້ອງການປະກັນສັງຄົມແຂວງ ແລະ ສູນປະກັນສັງຄົມ ຂັ້ນເມືອງ ໂດຍການໃຫ້ກຽດເປັນປະທານຮ່ວມໂດຍທ່ານ ແສງເພັດ ຄຳສຸກຖາວົງ ເລຂາໜ່ວຍພັກ, ຮອງຫົວໜ້າພະແນກ ຮສສ ແຂວງ, ທ່ານ ນາງ ອານົງຮັກ ວ່າງວັນທານຸວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ທອງພັນ ໄຊຍະລາດ ຮອງຫົວໜ້າ ອົງການປະກັນສັງຄົມແຫ່ງຊາດ, ມີບັນດາພະແນກການພາຍໃນແຂວງ, ພະນັກງານປະກັນສັງຄົມ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 31 ທ່ານ.
 
ໃນກອງປະຊຸມ ໄດ້ໃຫ້ກຽດກ່າວເປີດ ໂດຍທ່ານ ແສງເພັດ ຄໍາສຸກຖາວົງ ເລຂາໜ່ວຍພັກ, ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເຜີຍແຜ່ ພາລະບົດບາດ ຂອງຫ້ອງການປະກັນສັງຄົມແຂວງ ແລະ ໜ່ວຍບໍລິການ ຂັ້ນເມືອງ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ຮັບຮູ້ ແລະ ເຂົ້າໃຈ ຍົກສູງລະດັບວຽກງານການຈັດຕັ້ງ ຂອງລະບົບປະກັນສັງຄົມ ໃນຂອບເຂດທົ່ວແຂວງຄຳມ່ວນ.
ໃຫ້ກຽດຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງການປະກັນສັງຄົມແຂວງ, ນະຄອນຫຼວງ ສະບັບເລກທີ່ 4998/ຮສສ, ລົງວັນທີ 09 ທັນວາ 2022 ຂອງທ່ານ ນາງ ອານົງຮັກ ວ່າງວັນທານຸວົງ ຮອງຫົວໜ້າກົມຈັດຕັ້ງ - ພະນັກງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ໄດ້ຮັບຟັງການເຜີຍແຜ່ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສູນປະກັນສັງຄົມເມືອງ, ເທດສະບານ, ນະຄອນ ສະບັບເລກທີ່ 4997/ຮສສ ລົງວັນທີ 09 ທັນວາ 2022 ຈາກທ່ານ ທອງພັນ ໄຊຍະລາດ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ. ກອງປະຊຸມຍັງໄດ້ມີການແລກປ່ຽນຄຳຄິດເຫັນຫຼາຍບັນຫາ ຕໍ່ກັບບາງວຽກງານ ຂອງປະກັນສັງຄົມຢ່າງກົງໄປກົງມາ ພ້ອມທັງໄດ້ຮັບຟັງຄຳອະທິບາຍຕໍ່ກັບບັນຫາດັ່ງກ່າວຢ່າງເປັນເອກະພາບ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ແສງເພັດ ຄຳສຸກຖາວົງ ເລຂາໜ່ວຍພັກ, ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄຳມ່ວນ ຍັງໄດ້ມີຄຳເຫັນຕໍ່ກອງປະຊຸມ ເພື່ອໃຫ້ກອງຊຸມມີເນື້ອໃນ, ຄວາມໝາຍຄົບຖ້ວນ ແລະ ຍ້ອງຍໍ ຊົມເຊີຍ ຕໍ່ການຈັດຕັ້ງປະຕິບັດ ວຽກງານຂອງປະກັນສັງຄົມ

 

Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)