ເພື່ອເປັນການສ້າງຄວາມເຂົ້າໃຈວຽກງານສະຫວັດດີການສັງຄົມໃຫ້ພະນັກງານຫຼັກແຫຼ່ງ ຂອງ ກະຊວງພາຍໃນ ໃຫ້ຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງໃນວຽກງານດັ່ງກ່າວຕາມແນວທາງນະໂຍບາຍຂອງພັກ ກໍ່ຄື ລັດຖະບານ. ໃນຕອນເຊົ້າວັນທີ 06 ກໍລະກົດ 2023 ທີ່ ຫ້ອງປະຊຸມໃຫຍ່ຂອງ ກະຊວງພາຍໃນ, ໂດຍການບັນຍາຍຂອງ ທ່ານ ນາງ ດວງເດືອນ ຈັນທະວົງ ຫົວໜ້າພະແນກໂຄສະນາປະຊາສຳພັນ ຂອງ ອົງການປະກັນສັງຄົມແຫ່ງຊາດ ເຊິ່ງທ່ານໄດ້ສະແດງໃຫ້ເຫັນເຖິງຄວາມເປັນມາຂອງອົງການປະກັນສັງຄົມແຫ່ງຊາດ, ພັນທະ ແລະ ສິດຜົນປະໂຫຍດທີ່ພະນັກງານ-ລັດຖະກອນຈະໄດ້ຮັບລວມທັງໝົດ 8 ປະເພດການອຸດໜູນ ຄື: ອຸດໜູນການປະກັນສຸຂະພາບ, ອຸປະຕິເຫດແຮງງານແລະພະຍາດອາຊີບ, ອອກລູກ, ປ່ວຍການ, ເສຍກຳລັງແຮງງານ, ບໍານານ, ເສຍຊີວິດ ແລະ ອຸດໜູນສະມາຊິກຄອບຄົວ ພ້ອມທັງລົງເລິກບັນດາສູດການຄິດໄລ່ອຸດໜູນປະເພດຕ່າງໆ, ນອກນັ້ນຍັງໄດ້ມີເວທີສົນທະນາແລກປ່ຽນຖາມ-ຕອບຢ່າງກົງໄປກົງມາ ເຊິ່ງເຫັນວ່າບັນຫາທີ່ຜູ້ເຂົ້າຮ່ວມໃຫ້ຄວາມສົນໃຈນັ້ນກໍ່ຄື ການໃຫ້ບໍລິການປິ່ນປົວສຸຂະພາບຢູ່ໂຮງໝໍ ແລະ ຂໍ້ສະເໜີໃຫ້ມີການກວດສຸຂະພາບປະຈໍາປີສໍາລັບພະນັກງານ-ລັດຖະກອນ ແບບມີສ່່ວນຮ່ວມ. ພາຍໃນກອງປະຊຸມໃຫ້ກຽດເຂົ້າຮ່ວມມີຄະນະກົມ, ຄະນະພະແນກ ແລະ ວິຊາການຫຼັກແຫຼ່ງຂອງກະຊວງພາຍໃນ ລວມທັງໝົດ 303 ທ່ານ, ຍິງ 127 ທ່ານ.