ໃນວັນທີ 27 ກໍລະກົດ 2023 ທີ່ໂຮງແຮມ ຄຣາວພລາຊາ, ອົງການປະກັນສັງຄົມແຫ່ງຊາດ ແລະ ອົງການແຮງງານສາກົນ (ILO/KOREA Partnership Programme) ໄດ້ຈັດກອງປະຊຸມ ນໍາສະເໜີຜົນການສຶກສາ ດ້ານ “ການຂະຫຍາຍເຂດປົກຄຸມສູ່ແຮງງານນອກລະບົບ ໃນ ສປປ ລາວ” ໂດຍການເປັນປະທານຮ່ວມຂອງ ທ່ານ ນ. ບົວຫອມ ພົມມະຈັນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ແລະ ທ່ານ ຊັງກີ ຊັນ (MR, Sunggil Son) ຜູ້ບໍລິຫານໂຄງການ. ນອກຈາກນີ້ ຍັງມີຜູ້ຕາງໜ້າຈາກອົງການແຮງງານສາກົນ ປະຈຳ ສປປ ລາວ, ທີ່ປຶກສາຂອງອົງການແຮງງານສາກົນ, ຜູ້ຕາງໜ້າຈາກກະຊວງ, ອົງການຈັດຕັ້ງທາງສັງຄົມ ແລະ ພະແນກການທີ່ກ່ຽວຂ້ອງ. ລວມທັງໝົດ 44 ທ່ານ, ຍິງ 16 ທ່ານ.
 
ກອງປະຊຸມດັ່ງກ່າວ ໄດ້ຮັບຟັງການນໍາສະເໜີພາບລວມຂອງການຂະຫຍາຍເຂດປົກຄຸມປະກັນສັງຄົມສູ່ແຮງງານນອກລະບົບ ແລະ ການໃຫ້ບໍລິການເຄື່ອນທີ່ ຈາກ ທ່ານ ນ. ດວງເດືອນ ຈັນທະວົງ ຫົວໜ້າພະແນກ ໂຄສະນາປະຊາສຳພັນ ອປຊ, ຮັບຟັງ ການສຶກສາທໍາຄວາມເຂົ້າໃຈຕໍ່ແຮງງງານນອກລະບົບ ຈາກທ່ານ ນ. ເລີຟລິນ ເດ (Lovelin De) ຜູ້ບໍລິຫານໂຄງການ, ອົງການແຮງງານສາກົນ ປະຈໍາລາວ ແລະ ໄດ້ຮັບຟັງ ຜົນຂອງການລົງເກັບຂໍ້ມູນໃນການທໍາຄວາມເຂົ້າໃຈຕໍ່ແຮງງານນອກລະບົບ ແລະ ການຂະຫຍາຍເຂດປົກຄຸມປະກັນສັງຄົມສູ່ແຮງງານດັ່ງກ່າວ ໃນ ສປປ ລາວ ຈາກ ທ່ານ ເຟຣດ ເມີທີນ (MR, Fred Merttens) ແລະ ທ່ານ ປອ ນ. ຈັນສະຖິດ ຈະເລີນສີນ, ທີ່ປຶກສາ ອົງການແຮງງານສາກົນ (ILO).
 
ພາຍຫຼັງທີ່ໄດ້ຮັບຟັງການນຳສະເໜີ ຈາກບັນດາຊ່ຽວຊານ, ຜູ້ແທນເຂົ້າຮ່ວມກອງປະຊຸມກໍ່ໄດ້ປຶກສາຫາລື ແລະ ຈັດກຸ່ມສົນທະນາແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ.
Array
(
    [type] => 2
    [message] => syntax error, unexpected '(' in /home/ssolaogo/public_html/language/lo-LA/lo-LA.lib_joomla.ini on line 243

    [file] => /home/ssolaogo/public_html/libraries/src/Language/LanguageHelper.php
    [line] => 464
)