


ວັນທີ 27 ພຶດສະພາ 2026 ທີ່ນະຄອນຮ່າໂນ່ຍ ສສ. ຫວຽດນາມ, ອົງການປະກັນສັງຄົມແຫ່ງຊາດລາວ ແລະ ປະກັນສັງຄົມຫວຽດນາມ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມື ໄລຍະປີ 2026-2028 ທ່າມກາງບັນຍາກາດອັນອົບອຸ່ນຂອງສອງປະເທດ, ຕ່າງໜ້າຝ่่າຍລາວນໍາໂດຍ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ແລະ ຝ່າຍຫວຽດນາມ ນໍາໂດຍທ່ານ Le Hung Son ຜູ້ອໍານວຍການປະກັນສັງຄົມຫວຽດນາມ ພ້ອມດ້ວຍຄະນະ.
ໃນພິທີ, ຜູ້ນຳຂອງທັງສອງອົງກອນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສາຍພົວພັນລາວ-ຫວຽດນາມ ທີ່ໄດ້ຮ່ວມມືກັນມາຢ່າງຍາວນານ ໂດຍສະເພາະໃນຂົງເຂດປະກັນສັງຄົມ, ການແລກປ່ຽນປະສົບການ ແລະ ການພັດທະນາລະບົບບໍລິການໃຫ້ທັນສະໄໝ. ຜ່ານການຮ່ວມມືໃນໄລຍະຜ່ານມາ, ທັງສອງຝ່າຍໄດ້ຖອດຖອນບົດຮຽນ ແລະ ນຳໃຊ້ເຕັກໂນໂລຊີດິຈິຕອນ ເຂົ້າໃນການຄຸ້ມຄອງ ແລະ ໃຫ້ບໍລິການແກ່ປະຊາຊົນໄດ້ດີຂື້ນ.
ຜູ້ແທນຈາກຝ່າຍລາວ ໄດ້ສະແດງຄວາມຂອບໃຈຕໍ່ປະກັນສັງຄົມຫວຽດນາມ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສືບຕໍ່ໃຫ້ການຊ່ວຍເຫຼືອດ້ານວິຊາການແກ່ປະກັນສັງຄົມລາວ ໂດຍສະເພາະການພັດທະນາລະບົບດິຈິຕອນ, ການຄຸ້ມຄອງກອງທຶນ ແລະ ການບໍລິຫານທີ່ທັນສະໄໝ, ການພົວພັນ ແລະ ຮ່ວມມືກັບຕ່າງປະເທດ ໄດ້ມີການຮ່ວມມືຢ່າງເລິກເຊິ່ງກັບອົງການປະກັນສັງຄົມ ຫວຽດນາມ, ໄດ້ຮ່ວມມືກັບອົງການຈັດຕັ້ງສາກົນ ໂດຍສະເພາະແມ່ນອົງການແຮງງານສາກົນ ແລະ ເຂົ້າຮ່ວມເຄື່ອນໄຫວເປັນປົກກະຕິ ໃນການເປັນສະມາຊິກສະມາຄົມປະກັນສັງຄົມອາຊຽນ (ອາຊາ). ການລົງນາມ MOU ໃນຄັ້ງນີ້ ຖືເປັນອີກກ້າວໜຶ່ງທີ່ສຳຄັນ ໃນການເສີມສ້າງຄວາມແໜ້ນແຟ້ນ ແລະ ຍົກລະດັບການຮ່ວມມືລະຫວ່າງສອງອົງກອນໃຫ້ເຂັ້ມແຂງຍິ່ງຂຶ້ນ.
ພິທີລົງນາມໃນຄັ້ງນີ້ ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງຄວາມຮ່ວມມືດ້ານປະກັນສັງຄົມເທົ່ານັ້ນ ແຕ່ຍັງເປັນສັນຍາລັກຂອງມິດຕະພາບອັນຍາວນານ ແລະ ຄວາມສາມັກຄີພິເສດລະຫວ່າງ ລາວ-ຫວຽດນາມ ທີ່ຈະສືບຕໍ່ພັດທະນາໃຫ້ຈະເລີນກ້າວໜ້າຕໍ່ໄປ.